Tuesday, December 4, 2012

ສຸພາສິດ

+++ສຸພາສິດລາວ+++ 

ຄັນແມ່ນມີຄວາມຮູ້ເຕັມພຸງພຽງປາກກະຕາມທ້ອນ

ສອນຕົວເອງບໍ່ໄດ້ໃຜສິຍ້ອງວ່າດີ

ຄັນເຈົ້າມີຄວາມຮູ້ຢ່າຖືໂຕອວດເກັ່ງ

ໃຫ້ເຈົ້າລົງມາສູ່ພື້ນຢືນໄດ້ສ່ຳຊູ່ຄົນ

---------------

ກົກໄມ້ໃຫຍ່ແຕ່ໃບບໍ່ມີ

ສາວຜູ້ດີບໍ່ມີສິນສ້າງ

ເປັນແມ່ຮ້າງແລ່ນຂຶ້ນແລ່ນລົງ

ເປັນພຣະສົງວິໄນບໍ່ຄອບ

ຄືຜີປອບກິນຕັບກິນໄຕ

--------------

ກົກບໍ່ທ່ຽງທາງປາຍບໍ່ງາມ

ຄົນຮູບງາມສິນທຳຊ່ອຍຍູ້

ມີຄວາມຮູ້ຢ່າອວດຕົວຕົນ

ເກີດເປັນຄົນຢ່າເກີດມາດາຍ

ໃຫ້ຂົນຂວາຍເຮັດດີໃຫ້ຖ້ວນ

----------------

ກຳສັງນໍນຳມາກະທຳໂທດ

ທຸກຫນຶ່ງແລ້ວເລີຍຊ້ຳຕື່ມສອງ

ກຳສັງໂອ້ໂອທອງສັງມາແຕກ

ບາດກະໂປະຫມາກພ້າວສັງມາຫມັ້ນກ່ວາໂອ

-------------------

ເກີດເປັນຄົນຕ້ອງຄົນໃຫ້ທົ່ວ

ປາກຢ່າລົ້ນກົ້ນຢ່າຮົ່ວ

ຊົ່ວຢ່າມີນີ້ແຫລະຄົນ

--------------

ຂອງກິນນ້ອຍຈົນໃຈຜູ້ສິແບ່ງ

ຍາມເມື່ອມີມາກລົ້ນຂໍໃຫ້ກະບໍ່ເອົາ

ຂອງດີນີ້ຄົນທຳຍາກຍິ່ງ

ຂ້ອງຂີ້ຮ້າຍທຳໄດ້ຊູ່ວັນ

---------------

ຄັນໄດ້ຍິນຄຳເວົ້າຂົມໃນໆຢ່າຟ້າວຈົ່ມ

ລາງເທື່ອຂົມຂີ້ເພ້ຍເມືອຫນ້າຫາກສິດີ

ຢ່າຟ້າວຕິຕຽນເວົ້າຜັກກະເດົາຂົມຂື່ນ

ບາດໄດ້ກິນຫລາບກ້ອຍຍັງສິເອີ້ນອ່າວຫາ

---------------

ໄດ້ເມຍງາມຢ່າຟ້າວໄວ້ໃຈ

ຄວາມຈັງໄຮອາດເກັບຊ່ອນຢູ່

ເຮົາບໍ່ຮູ້ວ່າແຕ່ເຂົາງາມ

ເມຍຮູບຊາມອາດຊ່ອນດີໄວ້

ຄິດໃສ່ໃຈກ່ອນເອົາເປັນເມຍ

---------------

ຕົກກະເທີນວ່າໄດ້ຫລິ້ນໆສາໃຫ້ມັນມ່ວນ

ຕົກກະເທີນວ່າໄດ້ກວນໆສາໃຫ້ມັນຂຸ່ນ

ກວນຂຸ່ນແລ້ວຊິວກຸ້ງຫາກສິງອມ

----------------

ບໍ່ຢາກພັດພາກເວັ້ນເວນຫາກຈ່ອງຈຳລາ

ບໍ່ຢາກພັດພາກລາແມ່ເວນຫາກພາເວັ້ນ

ຢາກເຫັນໂຕແມ່ເວນເດສິເປັນໂຕຈັ່ງໃດນໍ

ຄັນເປັນໂຕຈັ່ງຫອຍຄັນມີຮອຍຈັ່ງມາ

ສິນຳຂ້າບໍ່ໃຫ້ຍັງພຸ້ນແລ້ວ

---------------

ຜັກອີ່ຕູ່ເຕ້ຍຕົ້ນຕ່ຳໃບດົກ

ກົກບໍ່ທັນຝັງແຫນ້ນສັງມາຈີຈູມດອກ

ຮາກບໍ່ທັນຢັ່ງພື້ນສັງມາປີ້ນປົ່ງໃບ

-----------------

ພົງພັນເຊື້ອຕາຍາຍພໍ່ແມ່

ຄວນສິນົບນອບໄຫວ້ຍໍໄວ້ທີ່ສູງ

ຜະຫລາບຸນຕາມມາຄ້ຳແນມນຳຍູ້ສົ່ງ

ປາຖະຫນາອັນໃດຄົງສິລຸລາບໄດ້ໂດຍດ້າມດັ່ງປະສົງ

----------------
ຮວບຮວມໂດຍ

http://vcanfly.blogspot.com/

+++ສັງຄົມຈະຢູ່ໄດ້ເພາະເຮົາມີນໍ້າໃຈໃຫ້ກັນ+++

ຂໍຂອບໃຈທີ່ແວ່ຊົມ.



ທັກທາຍກັນແດ່ເດີພີ່ນ້ອງ!!