Wednesday, December 5, 2012

ສຸດແຕ່ໃຈຈະໄຂວ່ຄ້ວາ



ໃຈປະສົງແລ້ວ ກາງດົງກໍວ່າທົ່ງ

ໃຈຂີ້ຄ້ານ ກາງບ້ານກໍວ່າດົງ

ໃຈປະສົງແລ້ວ ເມືອງແກວກໍດັ້ນຮອດ

ໃຈບໍ່ໄດ້ຍອດຊູ້ສິບໍ່ຫມາຍຊ້ອນຮ່ວມຜູ້ໃດ

ໃຈບໍ່ໃສຕໍ່ແກ້ວ ແຍງເງົນກໍບໍ່ສ່ອງ

ໃຈບໍ່ໃສຕໍ່ຄ້ອງ ຕີໄດ້ກໍບໍ່ດັງ

ໃຈບໍ່ໂສດາດ້ວຍ ເວົ້າມ່ວນກໍເປັນຜິດ

ໃຈບໍ່ໂສດາດອມ ເວົ້າດີກໍເປັນຮ້າຍ

ໃຈອ້າຍປະສົງຕໍ່ນ້ອງຈຶ່ງວຽນມາຖາມຂ່າວ

ມີລະບໍໍຜູ້ບ່າວສ່ຳນ້ອຍເປັນເຈົ້າຫົວໃຈ,,,


ທັກທາຍກັນແດ່ເດີພີ່ນ້ອງ!!