Saturday, December 1, 2012

ຄຳມັດແຂນ

ສຣີ ໆ........ສິທທິພຣະພອນບໍວອນວິເສດ ຝ້າຍແກ້ວເກດມຸງຄຸນ ປຸນລົງມາຕົກແຕ່ງ

ກວັດອິ້ວແກວ່ງກົງຫລາ ຜັດອອກມາເປັນຫລອດ ຖອດອອກມາເປັນປຸ໋ຍ 

ສຸຍອອກມາເປັນເສັ້ນ ເສັ້ນແຫລະສີ່ພັນຄຳ ເປັນດັ່ງແກ້ວມຸກຄຳໃສສ່ອງ 

ງາມອ່ອງຕ່ອງຜ່ອງໃສ ທັງນອກໃນລ້ຳເລີດ ຝ້າຍແກ້ວເກີດເມືອງສະຫວັນ 

ປັນໃຫ້ຜູ້ຂ້າມາຜູກແຂນ ຜູກແຂນຊ້າຍໃຫ້ຂວັນເຈົ້າມາ 

ຜູກແຂນຂວາໃຫ້ຂວັນເຈົ້າຢູ່.............ວ່າມາເຢີ້ຂວັນເອີຍ !!

ຂວັນເຈົ້າໄປມຸດສະນ້ຳໃຫຍ່ກິນປາ ກໍ່ໃຫ້ມາສາມື້ນີ້ວັນນີ້

ຂວັນເຈົ້າໄປກິນເຫລົ້ານຳຫມູ່ນຳຝູງ ກໍ່ໃຫ້ມາສາມື້ນີ້ວັນນີ້....ວ່າມາເຢີ້ຂວັນເອີຍ !!

ຂວັນເຈົ້າໄປຢູ່ຖ້ຳນຳພະຍາງູ ກໍ່ໃຫ້ມາສາມື້ນີ້ວັນນີ້

ຂວັນເຈົ້າໄປຢູ່ຮູນຳພະຍານາກ ກໍ່ໃຫ້ມາສາມື້ນີ້ວັນນີ້

ຂວັນເຈົ້າໄປລຳບາກນຳຫມູ່ຜີຕາຍ ກໍ່ໃຫ້ມາສາມື້ນີ້ວັນນີ້....ວ່າມາເຢີ້ຂວັນເອີຍ !!

ຍາມເມື່ອຕາເວັນຕົກລັບປ່າແຊງ ຍາມເມື່ອຕາເວັນແດງຕົກລັບປ່າໄມ້ 

ຂວັນເຈົ້າໄປຢູ່ຫົນເຫນືອຫລືໃຕ້ ກໍ່ໃຫ້ມາສາມື້ນີ້ວັນນີ້ ໆ ຄັນວ່າເຈົ້າມາຮອດແລ້ວ 

ໃຫ້ເຈົ້າຢູ່ສຸກສະຫວັດດີ ມີຄວາມສຸກຄວາມຈະເລີນ ຄວາມເຈັບເຈົ້າຢ່າໄດ້ 

ຄວາມໄຂ້ເຈົ້າຢ່າມີ ນອນຫລັບໃຫ້ໄດ້ເງິນພັນ ນອນຝັນໃຫ້ໄດ້ເງິນໃຫ້ໄດ້ເງິນຫມື່ນ 

ນອນຕື່ນໃຫ້ໄດ້ເງີນແສນເງິນລ້ານ ອອກຈາກບ້ານໃຫ້ພໍ້ແຕ່ໂຊກແຕ່ໄຊ 

ສິ່ງຮ້າຍຢ່າໄດ້ມາພານ ມານຮ້າຍຢ່າໄດ້ມາຕ້ອງ ຮ່ຳຮຽນໃຫ້ເຈົ້າເກັ່ງເສັງໃຫ້ໄດ້ 

ຮຽນອັນໃດໃຫ້ເຈົ້າປ່ອງ ຮຽນທ່ອງໃຫ້ເຈົ້າຈື່ຈຳເອົາເນີ ໆ ຂໍໃຫ້ເຈົ້າເປັນຜູ້ກ້າ 

ເປັນຫົວຫນ້ານາຍຄົນ ໃຫ້ພໍ່ແມ່ໄດ້ເພິ່ງບຸນຢູ່ສຸກສະບາຍລົ້ນ 

ເກີດເປັນຄົນຕ້ອງຮູ້ກະຕັນຍູເສີມແຕ່ງ ເປັນແວ່ນແຍງໃຫ້ພວກພີ່ນ້ອງເຊື້ອເຜົ່າພົງພັນ 

ເຈົ້າເດີ !! ໂອມ ອຸ ອະ ມຸ ມະ ສະຖາໂສດຖີພະວັນຕຸເຕ ໆ

*****************
ພາບາສີ

ບາສີສູ່ຂວັນ

ທັກທາຍກັນແດ່ເດີພີ່ນ້ອງ!!