Saturday, December 1, 2012

ຜະຫຍາສອນຊີວິດ 1


ເກີດມາເປັນຄົນແລ້ວຕ້ອງສູ້ເພື່ອຢືນຢູ່ບົນໂລກາ 

ວາສະໜາຄົນເຮົາແຂ່ງກັນບໍ່ມີໄດ້  

ຄັນເມື່ອໃດລວຍແລ້ວຄົນຈົນເຈົ້າຢ່າມິ່ນ 

ຢູ່ບົນດິນໃຕ້ລຸ່ມຟ້າພຽງພ້ອມຄ່າເທົ່າກັນ 

ອັນຫນຶ່ງດີຊົ່ວສອງສິ່ງນີ້ເປັນຄູ່ທຽມເງົາ 

ເຮັດດີຄົນເຂົາຂານໄຂຍົກຍໍນິຍົມຍ້ອງ

ເຮັດຊົ່ວຄົນເຂົາເຢີ້ຍເບະສົບເຫມັນຂີ້ດຽດ 

ໃຫ້ພຽນເຮັດດີໄວ້ໃຜບໍ່ຍ້ອງກະຊ່າງເຂົາ 

ຄັນເຮົາເຮັດດີແລ້ວເຂົາຊັງກໍ່ຕາມຊ່າງ 

ຄັນເຮົາເຮັດຖືກແລ້ວສິຫຍັນຍໍ້ກໍ່ຊ່າງເຂົາ 

ເຂົາສິພາກັນທ້ວງທັງເມືອງກໍ່ຢ່າຈົ່ມ 

ເຂົາສິພາກັນຕິທັງຄ້າຍຂາຍຫນ້າກໍ່ຢ່າອາຍ...


ທັກທາຍກັນແດ່ເດີພີ່ນ້ອງ!!