Friday, December 7, 2012

ຜະຫຍາສອນສາວ



***ສອນສາວ***

ເປັນສາວແລ້ວວາງໂຕໃຫ້ເຂົ້າທ່າ
ຄຳເວົ້າຈາໃຫ້ອ່ອນນ້ອມຖ່ອມໂຕໄວ້ຢ່າຂົ່ມຄົນ
ໃຫ້ວາງຕົນສົມຄວນໄວ້ກາຍວາຈາສະຫງົບງ່ຽມ
ຕິນຜົມໃຫ້ລ່ຳກ້ຽງຕີນສິ້ນໃຫ້ລ່ຳພຽງ

ຢ່າເປັນຄົນຖຽງສູ້ລູໆຄຽດງ່າຍ
ໃຫ້ຄິດອາຍພວກພີ່ນ້ອງເຮືອນໃກ້ສິຫນ່າຍແຫນງ
ໃຫ້ຮັກແພງເອົາໄວ້ເງິນທອງຂອງເກົ່າ
ຢ່າສິຟ້າວຈ່າຍຊື້ຂາຍສ້ຽງຄູ່ຊູ່ອັນ

ຢ່າຊວນກັນໄປຫລິ້ນເປັນຄົນບໍ່ເອົາງານ
ຢ່າເປັນຄົນຂີ້ຄ້ານຫມັ່ນໄປມົ້ວແຕ່ຜູ້ຊາຍ
ຢ່າເປັນຄົນປາກຮ້າຍເວົ້າຫລາຍສິເປັນຕາຫນ່າຍ
ປ່ຽນຜູ້ຊາຍບໍ່ຊ້ຳຫນ້າຫາກິນຫລິ້ນບໍ່ຫ່ວງຮຽນ

ໃຫ້ເຈົ້າຮຽນຢ່າທໍ້ຈົ່ງພໍໃຈທີ່ເປັນຢູ່
ເຊື່ອຟັງຄູພໍ່ແມ່ເວົ້າປູ່ຍ່າເຖົ້າເພິ່ນກ່າວສອນ
ຢ່າສະອອນແຕ່ນຳຫລິ້ນຕັ້ງໃຈຮຽນໃຫ້ຕິດຕໍ່
ໄດ້ເຮັດວຽກດີຜູ້ບ່າວສິງໍ້ມາຂໍເຈົ້າແຕ່ງເອງ...ດອກນາ

ຢ່າມາຊິ່ງເຫມືອນຍາຍເດີມັນບໍ່ດີຫລານເອີຍ!

Thursday, December 6, 2012

ມີແຕ່ໂຊກດີໆ

 





***ຄັນຊາຍໃດເຂົ້າມາບລ໋ອກນີ້
ຂໍໃຫ້ມີສຸກໃຈເຫມືອນຢູ່ສະຫວັນ
ສາລະພັນຄວາມສະນຸກສຳບາຍຫາຍຮ້ອນ
ຍາມກິນຂໍໃຫ້ມີນາງຟ້າປ້ອນຍາມນອນນາງຟ້າກ່ອມ
ນາງຟ້າຫອມກອດເຈົ້າໄວ້ບໍ່ໄລຂ້າງຫ່າງກັນ...ສາທຸເດີ ໆ!!
********ຯຯ********
***ຄັນຍິງໃດເຂົ້າມາບລ໋ອກນີ້
ຂໍໃຫ້ມີສຸກໃຈເຫມືອນຢູ່ສະຫວັນ
ສາລະພັນຄວາມສະນຸກສຳບາຍຫາຍຮ້ອນ
ຍາມກິນຂໍໃຫ້ມີເທວະບຸດປ້ອນຍາມນອນເທວະບຸດກ່ອມ
ເທວະບຸດຫອມກອດເຈົ້າໄວ້ບໍ່ໄລຂ້າງຫ່າງກັນ...ສາທຸເດີ ໆ!!




ເລືອກເມຍຈັ່ງໃດດີ?





 *****ຯຯ*****

ຍິງໃດມັກອວດອ້າງເດີນຢ່າງແຍງຄີງ

ຄິດແຕ່ໃຫ້ຜູ້ຊາຍຊົມອວດນົມສອງເຕົ້າ

ອີກບໍ່ພໍມີແຕ່ແຕ່ງຫນ້າແຕ້ມຕາຄິ້ວກົ່ງ

ຕັນຫາມີມາກລົ້ນບໍ່ຄວນໃຫ້ເປັນເມຍ


ຍິງໃດເຮັດວຽກບ້ານເຮືອນຊານໃຫ້ສະອາດ

ຍິງນັ້ນປາດທ່ານອ້າງນາງແກ້ວປະເສີດສິນ

ຍິງໃດສົມບູນດ້ວຍເຮືອນສາມນ້ຳສີ່

ຍິງນັ້ນດີເລີດລ້ຳຄວນແທ້ແມ່ສີເຮືອນ


ຍິງໃດມີສິນຫ້າວັນທານົບນ້ອມ

ພຽນຂະຫຍັນບໍ່ເວັ້ນທຳສ້າງບໍ່ເຊົາ

ຄວນທີ່ເອົາມາໄວ້ໃນເຮືອນເປັນແກ້ວມິ່ງ

ພາຍຫນ້າພຸ້ນເຮົາສິໄດ້ເພິ່ງເຢັນ

************

Wednesday, December 5, 2012

ຄວາມລຳບາກ



ສັງມາຍາກແທ້ເດ້     ຄວາຍຫລາຍໂຕດຶງຈ່ອງ

ໂຕໜຶ່ງຂ້ອງງ່າຈອງ   ໂຕສອງຂ້ອງງ່າຂາມ

ໂຕສາມຂ້ອງງ່າມີ້     ໂຕສີ່ຂ້ອງຫວ້າ

ໂຕຫ້າຂ້ອງງ່າບົກ     ໂຕຫົກຂ້ອງງ່າແຕ້

ໃຜສິມາຊ່ວຍແກ້      ຄວາຍຂ້ອຍຈັ່ງສິໄປ

---ຄວາມຫມາຍ:

ຄົນເຮົາເກີດມາມີຄວາມຍຸ້ງຍາກລຳບາກ

ເພາະຢຶດຕິດຢູ່ກັບຮູບອັນສວຍງາມ

ຢູ່ກັບສຽງອັນມ່ວນອອນຊອນ

ຢູ່ກັບກິ່ນອັນຫອມຫວນ

ຢູ່ກັບລົດຊາດອັນແຊບຊ້ອຍ

ຢູ່ກັບສິ່ງທີ່ມາກະທົບທາງກາຍ

ແລ້ວກໍຫລົງໄຫລຊອບໃຈ

ແລະຕິດຢູ່ກັບອາລົມທີ່ມາສຳຜັດກັບໃຈນັ້ນ

ກໍເລີຍຫນີອອກຈາກມັນຍາກຕົກເປັນທາດຂອງມັນ

ເລີຍເຮັດໃຫ້ມີຄວາມລຳບາກຕ່າງໆນາໆ...ດັ່ງນີ້ແລ້ວ!!



ທັກທາຍກັນແດ່ເດີພີ່ນ້ອງ!!