Saturday, December 1, 2012

ຕ້ອງເຮັດເອງ



+ ຄອຍແຕ່ບຸນມາຄ້ຳງານບໍ່ທຳມັນຊິແມ່ນ

ຄອຍແຕ່ແຖນແຕ່ງໃຫ້ໃຈປອງສ້າງແມ່ນບໍ່ມີ

ແຖມເອົາດີທາງໄພ້ການພະນັນເປັນໃຫຍ່

ມັນຫາກໃຫ້ທຸກແທ້ບໍ່ມີໄດ້ດອກຢູ່ດີ...ພີ້ນ້ອງເອີຍ!!

+ ຄອຍແຕ່ບຸນມາຄ້ຳງານບໍ່ທຳມັນຊິແມ່ນ

ຄອຍແຕ່ແຖນແຕ່ງໃຫ້ໃຈປອງສ້າງແມ່ນບໍ່ມີ

ແຖມເອົາດີທາງໄພ້ການພະນັນເບ້ຍໂບກ

ຫວັງຄອງຖ້າແຕ່ໂຊກບໍ່ມີໄດ້ດອກ...ທ່ານເອີຍ!!

+ ຄອຍແຕ່ບຸນມາຄ້ຳງານບໍ່ທຳມັນບໍ່ແມ່ນ

ຄອຍແຕ່ບຸນສົ່ງໃຫ້ມັນຊິໄດ້ຮ່ອມໃດ

ຄືຈັ່ງເຮົາມີເຂົ້າບໍ່ເອົາກິນມັນບໍ່ອີ່ມ

ມີລາບຄັນບໍ່ເອົາເຂົ້າຄຸ້ຍທາງທ້ອງຊິອີ່ມເປັນບໍ ??

********************ຯຯຯ******************


ທັກທາຍກັນແດ່ເດີພີ່ນ້ອງ!!