Wednesday, December 5, 2012

ຄົນລວຍໆ


+++ປະເພດຄົນລວຍ+++

ເວົ້າເຖິງຄົນລວຍນັ້ນມີກັນຫລາຍປະເພດ

ແຕ່ລະເຫດສົ່ງໃຫ້ພວກເຂົາໄດ້ມັ່ງມີ

ພວກຫນຶ່ງນັ້ນລວຍຍ້ອນຄ້າຂອງເຖື່ອນຫນີພາສີ

ພວກຫນຶ່ງມີເງິນທອງຍ້ອນວ່າຂາຍຢາບ້າ

ພວກຫນຶ່ງທຳການຄ້າຂາຍຂອງປະເທດອື່ນ

ໄປຊື້ມາຫນ້ອຍໆຂາຍລົ້ນມາກເຫລືອ

ບາງຄົນລວຍເພາະຕັດໄມ້ທຳລາຍປະເທດຊາດ

ເຂດປະກາດຫວງຫ້າມເຂົາບໍ່ຢ້ານຢຳເກງ

ລ້ຽງນັກເລງເຕັມບ້ານກົດຫມູ່ເຫນືອກົດຫມາຍ

ບາງທະລາຍພູເຂົາເອົາມາເປັນຫີນກ້ອນ

ປະຊາຊົນສິເດືອດຮ້ອນເຂົາກະບໍ່ສົນໃຈ

ຄົນຈັງໄຮຄອງເມືອງຮ່ວມກັນໂກງກິນບ້ານ

ບາງຜ່ອງລວຍທາງຫລິ້ນການພະນັນຂັນຕໍ່

ເປັນເຈົ້າພໍ່ໃຫຍ່ຄັບບ້ານຄົນຢ້ານທົ່ວເມືອງ

ບາງຜ່ອງລວຍທາງຄ້າເອົາກຳໄລເກີນຂະຫນາດ

ຂູດຮີດລາດຊະດອນໃຫຍ່ນ້ອຍຄົນຈົນນ້ອຍເນື້ອຕ່ຳໃຈ

ບາງຄົນລວຍຍ້ອນເປັນເຈົ້າມືຫວຍເຖື່ອນ

ຂາຍກັນເກື່ອນທົ່ວບ້ານບໍ່ມີຢ້ານຜູ້ໃດ...ຈັ່ງຊີ້ກະມີພີ່ນ້ອງເອີຍ!

               ********ຯຯຯ********


ທັກທາຍກັນແດ່ເດີພີ່ນ້ອງ!!