Sunday, December 2, 2012

ຊີວິດບໍ່ທ່ຽງຫມັ້ນ



10 ປີ--ອາບນໍ້າບໍ່ຫນາວ--ເປັນເດັກຫລິ້ນຫຍັງກໍມ່ວນ

20 ປີ--ລົມສາວບໍ່ເບື່ອ--ໃຈແຕກ, ມຸ່ງຫມັ້ນ ແລະຈິງຈັງ

30 ປີ--ເມືອນາກ່ອນໄກ່--ຂະຫຍັນເຮັດວຽກງານສ້າງຖານຊີວິດ

40 ປີ--ຄຶດຫລາຍນອນຫງາຍມືກ່າຍຫນ້າຜາກ--ຄິດເຖິງອະນາຄົດຫລາຍຂຶ້ນ

50 ປີ--ໄປນາກັບມານັ່ງເສົ້າ--ເລີ່ມອ່ອນລ້າເພາະເຮັດວຽກຫນັກ

60​ ປີ--ເປົ່າຂຸ່ຍບໍ່ດັງ--ໄວຊະລາຖາມຫາ ກຳລັງແຮງຊຸດລົງ

70 ປີ--ຍ່າງນໍາທາງບໍ່ທ່ຽງ--ແຂ່ງຂາເລີ່ມລ້າອ່ອນແຮງ

80 ປີ--ນັ່ງກໍ່ຄາງນອນກໍ່ຄາງ--ໃກ້ຈະເດີນທາງສາຍປ່ຽວ

90 ປີ--ໄດ້ກິນກໍ່ຈົ່ມບໍ່ໄດ້ກິນກໍ່ຈົ່ມ--ຫມົດຫວັງ ຂີ້ນ້ອຍໃຈ

100 ປີ--ໄຂ້ກໍ່ຕາຍບໍ່ໄຂ້ກໍ່ຕາຍ--ຕົວໃຜຕົວມັນ ຕ່າງຄົນຕ່າງໄປ...


------ນີ້ຄືທໍາມະດາຂອງຊີວິດທີ່ເຮົາທຸກຄົນຕ້ອງພົບພໍ້ກັບມັນ

ໃນຊີວິດນີ້ໆໆ 

ທັກທາຍກັນແດ່ເດີພີ່ນ້ອງ!!