Saturday, December 1, 2012

ມຸງຄຸນຊີວິດ


           ມຸງຄຸນຊີວິດ



  • ຢ່ານອນຕື່ນສາຍ ຢ່າອາຍທຳກິນ
  • ຢ່າໝິ່ນເງິນນ້ອຍ ຢ່າຄອຍແຕ່ວາສນາ
  • ຢ່າເສວະນາຄົນຊົ່ວ ຢ່າມົ້ວອະບາຍະມຸກ
  • ຢ່າສຸກກ່ອນຫ່າມ ຢ່າພຣ່າມກ່ອນທຳ
  • ຢ່າລຳກ່ອນເພງ ຢ່າຂົ່ມເຫງຜູ້ນ້ອຍ
  • ຢ່າຄອຍແຕ່ປະຈົບ ຢ່າຄົບແຕ່ເສດຖີ
  • ຢ່າດີແຕ່ຕົວ ຢ່າຊົ່ວແຕ່ຜູ້ອື່ນ
  • ຢ່າຝ່າຝືນກົດລະບຽບ ຢ່າເອົາປຽບສັງຄົມ
  • ຢ່າຊື່ນຊົມຄົນຜິດ ຢ່າຄິດເອົາແຕ່ໄດ້
  • ຢ່າໃສ່ຮ້າຍຄົນດີ ຢ່າກ່າວວະຈີມຸສາ
  • ຢ່ານິນທາພຣະເຈົ້າ ຢ່າໂງ່ເຂົາເມື່ອມີທຸກ
  • ຢ່າງສຸກຈົນລືມຕົວ ຢ່າງເກງກົວງານຫນັກ
  • ຢ່າພິທັກພາລຊົນ ຢ່າລືມຕົນເມື່ອມັ່ງມີ 

ທັກທາຍກັນແດ່ເດີພີ່ນ້ອງ!!