Saturday, December 1, 2012

ຜະຫຍາສອນຊີວິດ 2


ເກີດເປັນຄົນໃຫ້ຫມັ່ນທຳຄວາມດີໄວ້ຢ່າຫລົງໄຫລໄປທຳຊົ່ວ

ຢ່າຫລົງໄປເກືອກກົ້ວອະບາຍຍະມຸກນັ້ນບໍ່ແມ່ນຄອງ

ປະຕິບັດຕົນໃຫ້ຖືກຕ້ອງຕາມຮີດສິບສອງຄອງສິບສີ່

ຮີ່ນຕອງໃຫ້ດີ ໆ ຢ່າປະຫມາດພາດພັ້ງສິອຸກອັ່ງເອົ້າເມື່ອລຸນ 

ຄຳປູ່ຍ່າຕາຍາຍເພີ່ນສອນໄວ້ພຸ້ນຢ່າໄດ້ລະລືມໄລ

ຊີວິດເຮົາສິສົດໃສຍ້ອນໃຝ່ທຳພຣະອົງເຈົ້າ

ບໍ່ມີໂສກບໍ່ມີເສົ້າສິໄດ້ເຂົ້າເຖິງນິລະພານສະຫວັນຊັ້ນບ່ອນສຸກຍິ່ງ

ບໍ່ມີໄຫວບໍ່ມີຕິງ ໃຜສິມາໃສ່ຮ້າຍບໍ່ມີໄດ້ຫວັ່ນກວານັ້ນແຫລ້ວ ໆ

ອີກຫນຶ່ງ...ສິນທຳພາດີໄດ້ຄວນຕັດໃຈນ້ອມເຂົ້າເພິ່ງ

ຣັຕນະໄຕຫນ່ວຍແກ້ວແນວພາຢັ້ງຢູ່ຈັ່ງເຢັນ

ໃຜບໍ່ຖືສິນເຈົ້າເປັນຄົນຊາດເປົ່າ

ໃຜບໍ່ເຊື່ອທຳມະພຣະເຈົ້າຕາຍຖິ້ມຄ່າເປົ່າດາຍ

ບູຮານເພິ່ນວ່າໄວ້: ຊາດທີ່ເປັນຊາຍນີ້ຢ່າເປັນຊາຍແກມແຮ່

ຊາຍກໍ່ຊາຍແທ້ໆຕົມນັ້ນຢ່າໃຫ້ມີ...ຊາດທີ່ເປັນຍິງນີ້
     
ຍິງໄປກໍ່ໃຫ້ມັນແນ່ຍິງກໍ່ຍິງແທ້ໆ ແນແລ້ວຈຶ່ງຄ່ອຍຍິງ...

ທັກທາຍກັນແດ່ເດີພີ່ນ້ອງ!!