Wednesday, December 5, 2012

ໃຈນັ້ນສຳຄັນຈັ່ງໃດ?


  • ຮ້ອນທີ່ສຸດຄືຮ້ອນໃຈ
  • ຫນາວທີ່ສຸດຄືຫນາວໃຈ
  • ອຸ່ນທີ່ສຸດຄືອຸ່ນໃຈ
  • ເຢັນທີ່ສຸດຄືເຢັນໃຈ
  • ຫນັກທີ່ສຸດຄືຫນັກໃຈ
  • ເບົາທີ່ສຸດຄືເບົາໃຈ
  • ແຂງທີ່ສຸດຄືແຂງໃຈ
  • ອ່ອນທີ່ສຸດຄືອ່ອນໃຈ
  • ເຈັບທີ່ສຸດຄືເຈັບໃຈ
  • ສະບາຍທີ່ສຸດຄືສະບາຍໃຈ
  • ດີທີ່ສຸດຄືດີໃຈ
  • ຊົ່ວທີ່ສຸດຄືຊົ່ວທີ່ໃຈ (ໃຈຄິດຊົ່ວ)
  • ເສຍທີ່ສຸດຄືເສຍໃຈ
  • ໄດ້ທີ່ສຸດຄືໄດ້ໃຈຄົນທີ່ເຮົາຮັກ Love…Love…
             *******ຯຯຯ******* 
ເຢ້ໆ!!

ສຸດແຕ່ໃຈຈະໄຂວ່ຄ້ວາ



ໃຈປະສົງແລ້ວ ກາງດົງກໍວ່າທົ່ງ

ໃຈຂີ້ຄ້ານ ກາງບ້ານກໍວ່າດົງ

ໃຈປະສົງແລ້ວ ເມືອງແກວກໍດັ້ນຮອດ

ໃຈບໍ່ໄດ້ຍອດຊູ້ສິບໍ່ຫມາຍຊ້ອນຮ່ວມຜູ້ໃດ

ໃຈບໍ່ໃສຕໍ່ແກ້ວ ແຍງເງົນກໍບໍ່ສ່ອງ

ໃຈບໍ່ໃສຕໍ່ຄ້ອງ ຕີໄດ້ກໍບໍ່ດັງ

ໃຈບໍ່ໂສດາດ້ວຍ ເວົ້າມ່ວນກໍເປັນຜິດ

ໃຈບໍ່ໂສດາດອມ ເວົ້າດີກໍເປັນຮ້າຍ

ໃຈອ້າຍປະສົງຕໍ່ນ້ອງຈຶ່ງວຽນມາຖາມຂ່າວ

ມີລະບໍໍຜູ້ບ່າວສ່ຳນ້ອຍເປັນເຈົ້າຫົວໃຈ,,,


ຄົນລວຍໆ


+++ປະເພດຄົນລວຍ+++

ເວົ້າເຖິງຄົນລວຍນັ້ນມີກັນຫລາຍປະເພດ

ແຕ່ລະເຫດສົ່ງໃຫ້ພວກເຂົາໄດ້ມັ່ງມີ

ພວກຫນຶ່ງນັ້ນລວຍຍ້ອນຄ້າຂອງເຖື່ອນຫນີພາສີ

ພວກຫນຶ່ງມີເງິນທອງຍ້ອນວ່າຂາຍຢາບ້າ

ພວກຫນຶ່ງທຳການຄ້າຂາຍຂອງປະເທດອື່ນ

ໄປຊື້ມາຫນ້ອຍໆຂາຍລົ້ນມາກເຫລືອ

ບາງຄົນລວຍເພາະຕັດໄມ້ທຳລາຍປະເທດຊາດ

ເຂດປະກາດຫວງຫ້າມເຂົາບໍ່ຢ້ານຢຳເກງ

ລ້ຽງນັກເລງເຕັມບ້ານກົດຫມູ່ເຫນືອກົດຫມາຍ

ບາງທະລາຍພູເຂົາເອົາມາເປັນຫີນກ້ອນ

ປະຊາຊົນສິເດືອດຮ້ອນເຂົາກະບໍ່ສົນໃຈ

ຄົນຈັງໄຮຄອງເມືອງຮ່ວມກັນໂກງກິນບ້ານ

ບາງຜ່ອງລວຍທາງຫລິ້ນການພະນັນຂັນຕໍ່

ເປັນເຈົ້າພໍ່ໃຫຍ່ຄັບບ້ານຄົນຢ້ານທົ່ວເມືອງ

ບາງຜ່ອງລວຍທາງຄ້າເອົາກຳໄລເກີນຂະຫນາດ

ຂູດຮີດລາດຊະດອນໃຫຍ່ນ້ອຍຄົນຈົນນ້ອຍເນື້ອຕ່ຳໃຈ

ບາງຄົນລວຍຍ້ອນເປັນເຈົ້າມືຫວຍເຖື່ອນ

ຂາຍກັນເກື່ອນທົ່ວບ້ານບໍ່ມີຢ້ານຜູ້ໃດ...ຈັ່ງຊີ້ກະມີພີ່ນ້ອງເອີຍ!

               ********ຯຯຯ********


ຄຸນນະທັມ 10 ຢ່າງ



1.  ກ້າຫານໃນທາງທີ່ຊອບ.

2.  ປະກອບກິດດ້ວຍຄວາມຂະຫຍັນ.

3.  ໝັ່ນສຶກສາຫາຄວາມຮູ້.

4.  ກະຕັນຍູຕໍ່ຜູ້ມີພະຄຸນ.

5.  ສົມບູນດ້ວຍມາລະຍາດ.

6.  ບູຊາຊາດ, ສາດສາສະນາ, ແລະພັກລັດ.

7.  ເຄັ່ງຄັດຕໍ່ລະບຽບ.

8.  ບໍ່ເອົາປຽບມິດສະຫາຍ

9.  ມີຈິດໃຈແຜ່ຜາຍເອື້ອເຝື້ອ

10.  ເຊື້ອຟັງພໍ່ແມ່, ຄູບາອາຈານ.


ທັກທາຍກັນແດ່ເດີພີ່ນ້ອງ!!